Social and Economic Sciences Research Database

ຈຳນວນຜູ້ເຂົ້າຊົມ: 117

ການຊັບຊ້ອນ-ຈັດວາງພະນັກງານໃນຂົງເຂດວຽກງານການເມືອງ-ແນວຄິດ(ສຶກສາຢູ່ສະຖາບັນວິທະຍາສາດສັງຄົມແຫ່ງຊາດ)

ວິທະຍານິພົນບົດນີ້ແມ່ນສຶກສາກ່ຽວກັບ “ການສັບຊ້ອນ-ຈັດວາງພະນັກງານໃນຂົງເຂດວຽກ ງານການເມືອງ-ແນວຄິດ” ເຊິ່ງເປັນການສຶກສາວິໄຈຢູ່ສະຖາບັນວິທະຍາສາດສັງຄົມແຫ່ງຊາດ ໂດຍມີຈຸດປະສົງສຶກສາສະພາບຄວາມຄິດເຫັນຂອງພະນັກງານທີ່ມີຕໍ່ການສັບຊ້ອນ-ຈັດວາງພະ ນັກງານລັດໃນຂົງເຂດວຽກງານການເມືອງ-ແນວຄິດ, ສຶກສາບັນຫາການສັບຊ້ອນ-ຈັດວາງພະ ນັກງານ ຂອງລັດຢູ່ສະຖາບັນວິທະຍາສາດສັງຄົມແຫ່ງຊາດ. ພ້ອມນັ້ນ, ກໍສະເໜີທິດທາງ ແລະ ວິທີການໃນການແກ້ໄຂບັນຫາບົນພື້ນຖານສະຖານະພາບ, ເພດ, ຕຳແໜ່ງ ແລະ ວຸດທິ ການສຶກສາຂອງພະນັກງານທີ່ແຕກຕ່າງກັນໂດຍໃຊ້ວິທີການສຶກສາແບບປະລິມານຄວບຄູ່ກັບ ຄຸນນະພາບ, ໃນການສຶກສາໄດ້ດໍາເນີນຢູ່ສະຖາບັນວິທະຍາສາດສັງຄົມແຫ່ງຊາດ.
ໂດຍໃຊ້ວິທີການສຶກສາປະສົມປະສານລະຫວ່າງວິທີແບບປະລິມານ ແລະ ຄຸນນະພາບ, ດ້ານປະລິມານໄດ້ໃຊ້ແບບສອບຖາມ ໂດຍຊຸມເອົາກຸ່ມຕົວຢ່າງ 143 ຄົນຈາກປະຊາກອນຈໍາ ນວນ 224 ຄົນດ້ວຍການຊຸມຕົວຢ່າງກຸ່ມປະຊາກອນ. ຜົນການວິໄຈກ່ຽວກັບຄວາມຄິດເຫັນຕໍ່ ການສັບຊ້ອນ-ຈັດວາງພະນັກງານ ຢູ່ສະຖາບັນວິທະຍາສາດສັງຄົມແຫ່ງຊາດຕາມ 3 ດ້ານ: ດ້ານວິຊາສະເພາະ, ດ້ານທິດສະດີການເມືອງ-ການປົກຄອງ ແລະ ດ້ານວິຊາການ. ຜົນການ ສຶກສາພົບວ່າ ຈໍານວນຜູ້ຕອບແບບສອບຖາມ 44.1% ເຫັນວ່າການສັບຊ້ອນເຂົ້າໃນຕຳແໜ່ງ ຕ່າງໆຢູ່ໃນສະຖາບັນວິທະຍາສາດສັງຄົມແຫ່ງຊາດຄວນໄດ້ຮັບການປັບປຸງ, ມີພຽງ 32.9% ທີ່ ເຫັນວ່າ ມີຄວາມເໝາະສົມຫຼາຍຕໍ່ກັບຄວາມຄິດເຫັນທີ່ວ່າການສັບຊ້ອນ-ຈັດວາງພະນັກງານ ຢູ່ ສະຖາບັນວິທະຍາສາດສັງຄົມແຫ່ງຊາດ. 45.5% ເຫັນວ່າ ຄວນຈັດຕາມລະດັບວິຊາສະເພາະ ຈະເໝາະສົມກວ່າ ແລະ ຮອງລົງມາ 33.6% ເຫັນວ່າ ຄວນຈັດຕາມຄວາມຕ້ອງການຂອງໜ້າ ວຽກ, ຕໍ່ກັບຄວາມຄິດເຫັນກ່ຽວກັບການສັບຊ້ອນວຽກງານຈໍານວນ 44.1% ເຫັນວ່າ ເປັນວຽກ ທີ່ສໍາຄັນ.
ຈາກການສຶກສາໄດ້ມີຂໍ້ສະເໜີວ່າ: ການສັບຊ້ອນພະນັກງານຄວນເອົາໃຈໃສ່ການສັບ ຊ້ອນທາງດ້ານຄວາມຮູ້ວິຊາສະເພາະເປັນສິ່ງສໍາຄັນ. ນອກຈາກນີ້, ການສັບຊ້ອນພະນັກງານ ຢາກເຮັດໄດ້ດີຕ້ອງກຳຊີວິປະຫວັດໃຫ້ໄດ້, ເກັບກຳສະຖິຕິພະນັກງານແຕ່ລະປະເພດ, ການຄັດ ເລືອກພະນັກງານຄວນມີລະບົບທີ່ຊັດເຈນ.

This thesis examines perception on “the staff rotation and management in the filed of political work” in the Lao Academy of social Sciences which its objectives are to investigate the staff perception on their work rotation. Human resource management and problem related. This is also to propose the alternatives for problems solving regarding to the differences of the staff’s circumstances, genders, position and educational qualifications.
The mixed research methods between quantitative and qualitative research were applied within this study. In addition, 143 out of the all 244 population were selected to answer the questionnaire by the random method within the quantitative research. The results of the study based staff perceptions on three sections as personal professional skill, theories of political administration and academic fileds indicated that 44.1% of the population believed that staff rotation and management at the Lao Academy of Social Sciences should be improved whereas 32.9% of them believed it was necessary. To respond this issue, 45.5% of the respondents suggested that the staff should be firstly rotated based on their educational qualifications while the importance of work was 33.6% of the population. This was recognized by 44.1% of them as the key elment of the staff rotation and management.

The study also proposed that the staff rotation and management should recognise the capacity of the staff’s profession which was crucial. Moreover, the staff rotation and management could be effectively done, unless, keeping details of the staff’s CV, staff categories and staff recruuiment were done with a clear system.