ການສ້າງຖານຂໍ້ມູນຊັບພະຍາກອນວັດທະນະທຳທີ່ບໍ່ເປັນວັດຖຸ ປະເພດວິທະຍານິພົນ ແລະ ບົດໂຄງການຈົບຊັ້ນ ຂອງນັກສຶກສາຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ
The Design For Intangible Cultural Resources Database: A Type of The Student's Thesis and Final Projects In Faculty of Social Sciences, National University of Laos
ພູຄຽງ ໄຊສິລິ | Phoukieng XAYSIRI
Mss-CRM-08-002
2018
ມະຫາວິທະຍາໄລແຫ່ງຊາດລາວ | National University of Laos
ຄະນະວິທະຍາສາດສັງຄົມ | Faculty of Social Science
ສປປ ລາວ | Lao PDR
ພາສາລາວ | Lao
ປະລິນຍາໂທ | Master Degree
............... | .....................
ບົດຄົ້ນຄວ້າກ່ຽວກັບ ການສ້າງຖານຂໍ້ມູນຊັບພະຍາກອນວັດທະນະທຳທີ່ບໍ່ເປັນວັດຖຸປະເພດວິທະຍານິພົນ ແລະ ບົດໂຄງການຈົບຊັ້ນຂອງຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ປະກອບມີ 2 ຈຸດປະສົງການສຶກສາຄື 1) ສ້າງຮູບແບບຖານຂໍ້ມູນຊັບພະຍາກອນວັດທະນະທຳທີ່ບໍ່ເປັນວັດຖຸປະເພດວິທະຍານິພົນ ແລະ ບົດໂຄງການຈົບຊັ້ນຂອງນັກສຶກສາຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ. 2) ຄວາມຄິດເຫັນຕໍ່ກັບຖານຂໍ້ມູນຊັບພະຍາກອນວັດທະນະທໍາທີ່ບໍ່ເປັນວັດຖຸປະເພດວິທະຍານິພົນ ແລະ ບົດໂຄງການຈົບຊັ້ນຂອງນັກສຶກສາຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດຈາກການທົດສອບນຳໃຊ້. ວິທີການສຶກສາແບບປະສົມປະສານລະຫວ່າງການສຶກແບບທົດລອງກັບການສຶກສາແບບປະລິມານ ໂດຍນຳໃຊ້ການທົດລອງ, ແບບສອບຖາມ ແລະ ການສັງເກດເປັນເຄື່ອງມືຊ່ວຍໃນການເກັບກຳຂໍ້ມູນຈາກພາກສະໜາມ. ປະຊາກອນໃນການສຶກສາທາງດ້ານປະລິມານແມ່ນ ນັກສຶກສາປະລິນຍາໂທ 6 ສາຂາ ແລະ ນັກສຶກສາປີ 4 ປະລິນຍາຕີ ພາກວິຊາປະຫວັດສາດ ແລະ ບູຮານວິທະຍາ ທີ່ນໍາໃຊ້ຖານຂໍ້ມູນຈຳນວນ 181 ຄົນເປັນປະຊາກອນກຸ່ມຕົວຢ່າງ.
ດ້ານການອອກຮູບແບບຖານຂໍ້ມູນຊັບພະຍາກອນວັດທະນະທໍາບໍ່ເປັນວັດຖຸ ທີ່ສ້າງຂຶ້ນສໍາລັບການຈັດເກັບ ແລະ ນຳໃຊ້ປະເພດປະລິນຍານິພົນ ແລະ ບົດໂຄງການຈົບຊັ້ນຂອງນັກສຶກສາຄະນະວິທະຍາສາດສັງຄົມແມ່ນໄດ້ນໍາໃຊ້ໂປຣແກຣມ MySQL ໃນການຈັດການຖານຂໍ້ມູນ, ນໍາໃຊ້ພາສາສະຄຣິບດ້ວຍໂປຣແກຣມ PHP ແລະ ນຳໃຊ້ໂປຣແກຣມ Joomla ໃນການສະແດງຜົນ ໂດຍຖານຂໍ້ມູນນີ້ປະກອບດ້ວຍ 2 ພາກສ່ວນຄື: ຖານຂໍ້ມູນວິທະຍານິພົນປະກອບມີ 331 ຫົວຂໍ້ໃນ 5 ສາຂາວິຊາ ສາມາດນໍາໃຊ້ສະບັບເຕັມຈໍານວນ 142 ຫົວຂໍ້ ແລະ ຖານຂໍ້ມູນບົດໂຄງການຈົບຊັ້ນລະດັບປະລິນຍາຕີ ປະກອບມີຈຳນວນ 169 ຫົວຂໍ້ ໃນ 2 ສາຂາວິຊາ ສາມາດນຳໃຊ້ສະບັບເຕັມຈຳ ນວນ 35 ຫົວຂໍ້ ຈາກຈໍານວນຫົວຂໍ້ວິທະຍານິພົນທັງໝົດທີ່ເກັບກໍາ ແລະ ບົດໂຄງການຈົບຊັ້ນເຫຼັ້ມຈິງ 500 ຫົວຂໍ້.
ດ້ານຄວາມຄິດເຫັນຕໍ່ກັບຖານຂໍ້ມູນຊັບພະຍາກອນວັດທະນະທຳທີ່ບໍ່ເປັນວັດຖຸ ປະເພດວິທະຍານິພົນ ແລະ ບົດໂຄງການຈົບຊັ້ນຈາກການນຳໃຊ້ຂອງນັກສຶກສາໃນ 3 ດ້ານຄື: ດ້ານການອອກແບບໜ້າຫຼັກ, ການສືບຄົ້ນຂໍ້ມູນ ແລະ ການສະແດງຜົນ ໂດຍພາບລວມພົບເຫັນວ່າເປັນເຄື່ອງມືທີ່ສາມາດຊ່ວຍຈັດການຂໍ້ມູນຕົວຢ່າງທີ່ໃຊ້ໃນການສຶກສາຄັ້ງນີ້ໄດ້ຢ່າງເປັນທີ່ປະທັບໃຈ ເຊິ່ງສະແດງອອກຢູ່ໃນລະດັບຄວາມຄິດເຫັນຂອງປະຊາກອນສຶກສາບອກວ່າ ຢູ່ໃນລະດັບຄວາມເໝາະສົມຫຼາຍ (X=3.91, S.D = 0.58).
The design for intangible cultural resources database: a type of the students’ thesises and final projects in faculty of social sciences, national university of laos. 1) The designing and 2) the opinion for testing of intangible cultural resources database of the FSS’s thesises and Final projects are the main 2 purposes of this research. For the methodology is compounded of experimental and quantitative study; the questionnaire and observation are considered to be the tools for collecting data. The 181 samplers, applied to the quantitative study, with trying the intangible cultural resources database are from master’s students covered in 6 fields of study and the 4th year bachelor’s student of Department of History and Archaeology.
The result of study founded that the model of intangible cultural resources database, is applied MySQL for managing database, uses PHP to be script language and Joomla to be display tool. Into the resources of database, 2 types of source consist of the master thesis and bachelor student projects, there are 331 thesis covered in 5 fields (only 142 thesis are available in full text), and 169 projects coverd in 2 fields (only 35 projects are available in full text) in the inspection of the total 500 existing topics of both.
According to the opinion of 181 samplers, FSS’s students, with trying the intangible cultural resources database: a type of the thesis and the final project of faculty of social sciences, National University of Laos, the result of the 3 parameters investigation, included of the designing, searching and displaying, is interpreted that the agreement is in good level generally (X=3.91 S. D = 0.58).
ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ
E-Mail: admin_dser@lases.gov.la
ວັນທີ່ມີຜູ້ເຂົ້າຊົມຫຼາຍທີ່ສຸດ =2025-03-05
ສະມາຊິກ = 14
ຜູ້ໃຊ້ທົ່ວໄປ = 41390
ຜູ້ເຂົ້າຊົມທັງໝົດ = 41404
ກຳລັງອອນລາຍ = 3
ສະມາຊິກ = 0
ຜູ້ໃຊ້ທົ່ວໄປ = 3
ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ@ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ